ໃນວັນທີ 01/04 – 03/04 2025 ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາ ຮັບທຶນສະໜັບສະໜູນ ຈາກໂຄງການ VEFF ແລະ ເປັນກຽດ ໂດຍຄະນະ ປະທານ ທ່ານ ນາງ ວຽງຄຳ ມະນີໄຊ ຮອງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ , ຕ່າງໜ້າກົມອາຊີວະສຶກສາ, ຕ່າງໜ້າໂຄງການ veff ພ້ອມດ້ວຍ ຄະນະຜູ້ອຳນວຍການ ຂອງສະຖານອາຊິວະສຶກສາ , ສະຖານປະກອບການທັງໝົດ 7 ແຫ່ງ ເຂົ້າຮ່ວມເປັນກຽດເປັນສັກຄີພະຍານໃນພິທີເຊັນສັນຍາດັ່ງກ່າວ ເຊິ່ງມີລາຍລະອຽດດັ່ງນີ້:
1, ຫຼັກສູດ “ສ້ອມແປງລົດຍົນ”
ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ຮ້ານນັດທະພົນ ໂອໂຕເຊີວິດສ໌, ຮ້ານພົນສະຫວັດດີ ສ້ອມແປງສ່ວນບຸກຄົນ, ຮ້ານສົມຄິດ ບໍລິການລົດໃຫ່ຍສ່ວນບຸກຄົນ, ຮ້ານ ຊັນ ການຄ້າ ອາໄຫຼ່ ແລະ ສ້ອມແປງ
2, ຫຼັກສູດ" ກໍ່ສ້າງ"
ຮ່ວມກັບ ບໍລິສັດ ຫົງຟ້າຈະເລີນຊັບ ກໍ່ສ້າງເຄຫາສະຖານ ຈຳກັດ, ບໍລິສັດ ກະດິງໄຊ ອອກແບບ ແລະ ເຄຫາສະຖານ ຈຳກັດ, ບໍລິສັດ ເຄຊີຈີ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດ.



